• 新闻中心
  • ບໍລິສັດລາວວຽງຈັນເຊັນເຕີມະຫາຊົນເຂົ້າຮ່ວມກອງປະຊຸມຜູ້ລົງທຶນໃນລາວ

  • 2022-06-17 23:08:00   阅读次数: 1916   字体 :    
  • ບໍລິສັດລາວວຽງຈັນເຊັນເຕີມະຫາຊົນເຂົ້າຮ່ວມກອງປະຊຸມຜູ້ລົງທຶນໃນລາວ

    1655454205595295.png

    1655454266611181.png

         ໃນວັນທີ18-20ພຶດສະພາ,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກບໍລິສັດລາວວຽງຈັນເຊັນເຕີມະຫາຊົນເຂົ້າຮ່ວມກອງປະຊຸມຜູ້ລົງທຶນໃນລາວ ເຊິ່ງແມ່ນຕະຫຼາດຫຼັກຊັບລາວເປັນຜູ້ຈັດຂຶ້ນ,ກອງປະຊຸມແມ່ນເພື່ອແນໃສ່ຊຸກຍູ້ຕະຫຼາດເງິນທຶນໃນລາວ ແລະ ຮັກສາສາຍພົວພັນນັກລົງທຶນຂອງບັນດາບໍລິສັດທີ່ຈົດທະບຽນ. ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19, ການປະຊຸມຄັ້ງນີ້ເລີຍດຳເນີນໄປໂດຍການທາງວີດີໂອ.

          ໃນຊ່ວງການນຳສະເໜີ, ບໍລິສັດມະຫາຊົນໄດ້ເນັ້ນໜັກໄປທີ່ການແນະນຳພາບລວມຂອງບໍລິສັດ, ການດຳເນີນທຸລະກິດຫຼັກໆ, ການຈດຕັ້ງໜ່ວຍງານຕ່າງໆ, ກົນລະຍຸດໃນການພັດທະນາ ແລະ ແຜນດຳເນີນທຸລະກິດໃນປີ 2022, ວຽກງານຊ່ວຍເຫຼືອສັງຄົມຂອງບໍລິສັດ ແລະ ຕົວຊີ້ວັດທາງດ້ານການເງິນທີ່ສໍາຄັນຂອງບໍລິສັດໃນປີ 2021. ໃນຊ່ວງຕອບຄຳຖາມ, ບໍລິສັດມະຫາຊົນໄດ້ເນັ້ນໜັກກ່ຽວກັບມາດຕະການໃນການດຳເນີນວຽກງານພາຍໃຕ້ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19” “ວິທີຮັບມືກັບຄູ່ແຂ່ງໃນອຸດສະຫະກຳດຽວກັນ”“ມີແຜນການຈັດການຕໍ່ເງິນປັນຜົນແບບຕໍ່ເນື່ອງຫຼືບໍ່” “ຄາດໝາຍວ່າລາຍໄດ້ປີ2022ຈະດີຫຼືບໍ່” ແລະ ຍັງໄດ້ໂອ້ລົມກັບນັກລົງທຶນກ່ຽວກັບບັນຫາອື່ນໆຜ່ານລະບົບອອນລາຍ.

          ໃນການນຳສະເໜີຄັ້ງນີ້, ບໍລິສັດມະຫາຊົນ ແລະ ບັນດາຜູ້ລົງທຶນທີ່ຢູ່ໃນແວດວົງຕະຫຼາດການລົງທຶນໃນລາວໄດ້ໂອ້ລົມກັນດ້ວຍອັດທະຍາໃສທີ່ດີ ໂດຍຜ່ານລະບົບອອນລາຍ, ໄດ້ສ້າງຄວາມເຂົ້າໃຈກ່ຽວກັບບໍລິສັດມະຫາຊົນໃຫ້ແກ່ນັກລົງທຶນໃຫ້ເລິກເຊິ່ງຂຶ້ນຕື່ມ, ຍົກລະດັບສາຍສຳພັນອັນແໜ້ນແຟ້ນລະຫວ່າງເຫຼົ່ານັກລົງທຶນຂອງບໍລິສັດມະຫາຊົນ, ສ້າງພາບລັກທີ່ດີຂອງບໍລິສັດມະຫາຊົນໃນແວດວົງຕະຫຼາດການລົງທຶນ.

      

    1655454326391067.png




    收藏:
      (0)
      分享
      • 关于我们
      • 联系
      • 地址:老挝人民共和国万象市西萨塔纳县隆赞村库央路
      • 电话:+856 21 228299/+856 21 228000

      • 招商客服

      • 微信公众号
       2024 - 2027 Copy Rights   滇ICP备20001912号-9
      Tech Support: FunCen;